top of page

CSC Concrete Sole Co.,Ltd.

Manufacture and sells precast concrete

ຊີເອສຊີ ຄອນກຣີດ

ບໍລິສັດ ຊີເອັສຊີ ຄອນກຣີດ ວຽງຈັນ

ບໍລິສັດ ຊີເອັສຊີ ຄອນກຣີດ ຈໍາກັດ, ເປັນບໍລິສັດໜື່ງ ໃນເຄືອຂອງ ບໍລິສັດຈະເລີນເຊກອງກລຸບ ຈໍາກັດ ຜູ້ດຽວ, ສ້າງ ຂື້ນໃນປີ 2016,ເພື່ອເຮັດໜ້າທີ່ ຜະລິດປູນຄອນກຣີດສໍາເລັດຮູບ,​ ສະໜອງໃຫ້ແກ່ໂຄງການຮັບເໝົາ ກ່ສ້າງພາຍໃນຂອງບໍລິສັດ ແລະ ຈໍາໜ່າຍທົ່ວໄປໃຫ້ ລູກຄ້າ, ຊື່ງທາງບໍລິສັດໄດ້ລົງທືນສຸງໃນການຕິດຕັ້ງໂຮງງານທີ່ທັນສະໄໝ, ໄດ້ນໍາໃຊ້ລະບົບເທກໂນໂລຢີທີ່ມີປະສິດທິພາບສຸງ ມາຄວບຄູມລະບົບການຜະລິດຄອນກລິດ ສໍາເລັດຮູບທຸກປະເພດ

ບໍລິສັດ ຊີເອັສຊີຄອນກຣີດ ຈໍາກັດຜູ້ດຽວ ຕັ້ງຢູ່ ຖະໜົນ 450 ປີ, ບ້ານດົງໂພນແຮ່, ເມືອງຫາດຊາຍຟອງ,​ ນະຄອນຫລວງວຽງຈັນ ບໍລິສັດມີໂຮງງານປະສົມຄອນກຣີດ ສໍາເລັດຮູບ ຈໍານວນ 2 ແຜ້ນ , ສາມາດຜະລິດໄດ້ 1,440 ແມັດກ້ອນ/ມື້ , ຕັ້ງຢູ່ໃນເນື້ອທີ່ໂຮງງານ58,000 ຕາແມັດ, ມີ ພາຫານະ ຂົ່ນສົ່ງປູນ ຫລາຍຂະໜາດຕ່າງກັນ ຈໍານວນ 25 ຄັນ,   ຈີ່ງເຮັດໃຫ້ ວຽກບໍລິການ ຜະລິດປູນປະສົມຄອນກຣີດ ມີຄວາມວ່ອງໄວ,​ ທັນເວລາ ແລະ ສາມາດຮອງຮັບວຽກໂຄງການໃຫ່ຍໄດ້ ເປັນຕົ້ນ: ໂຄງການ ສ້າງພະແນກຖະແຫລວງຂ່າວ, ວັດຖະນະທໍາ ແລະທ່ອງທ່ຽວ ນະຄອນຫລວງວຽງຈັນ ແລະ ໂຄງການຍ່ອຍ ອີກຫລາຍໂຄງາການ.

ຊີເອສຊ ຄອນກຣີດ ປາກເຊ

ບໍລິສັດ ຊີເອັສຊີ ຄອນກຣີດ ຈໍາກັດ ເປັນບໍລິສັດໜື່ງໃນເຄືອຂອງບໍລິສັດຈະເລີນເຊກອງກລຸບ ຈໍາກັດຜູ້ດຽວ, ສ້າງຂື້ນໃນປີ 2014, ເພື່ອຜະລິດປູນຄອນກຣີດສໍາເລັດຮູບທຸກປະເພດ, ສະໜອງໃຫ້ແກ່ໂຄງການຮັບເໝົາ ກ່ສ້າງຂອງບໍລິສັດ ແລະ ຈໍາໜ່າຍທົ່ວໄປໃຫ້ ລູກຄ້າ, ຊື່ງທາງບໍລິສັດໄດ້ລົງທືນສຸງໃນການຕິດຕັ້ງໂຮງງານທີ່ທັນສະໄໝ, ໄດ້ນໍາໃຊ້ລະບົບເທກໂນໂລຢີທີ່ມີປະສິດ ທິພາບສຸງ ມາຄວບຄູມລະບົບການຜະລິດຄອນກລິດ ສໍາເລັດຮູບທຸກປະເພດ.

ໃນລະບົບການຜະລິດປະກອບດວ້ຍ ການອອກແບບດ້ວຍຄອມພິວເຕີຂັ້ນສູງ, ທີ່ມີປະສິດທິພາບ ເພື່ອສ້າງລະບົບການຜະລິດໃຫ້ໄດ້ມາດຕະຖານຖືກຕ້ອງ, ດວ້ຍຄຸນນະພາບດັ່ງກ່າວ ຈິງເປັນທີ່ຍອມຮັບຈາກລຸກຄ້າ ແລະ ໄດ້ນໍາໃຊ້ໃຫ້ໂຄງການໃຫ່ຍໆ ຂອງບໍລິສັດ ສໍາເລັດຫລາຍໂຄງການ.

ບໍລິສັດ ຊີເອັສຊີຄອນກຣີດ ຈໍາກັດຜູ້ດຽວ ແຫ່ງທີ່ສອງນີ້ຫລືຊື່ ເກົ່າ ເປັນໂຮງງານປະສົມຄອນກຣີດສໍາເລັດຮູບ ຈະເລີນເຊກອງ ຈໍາກັດຜູ້ດຽວ, ຕັ້ງຢູ່ບ້ານ ລົ່ມສັກ,​ ເມືອງບາຈຽງ, ແຂວງຈໍາປາສັກ, ປະກອບດວ້ຍໂຮງງານປະສົມຄອນກລິດ ຈໍານວນ 1ແຜ້ນດວ້ຍກໍາລັງການຜະລິດ 500ແມັດກ້ອນ/ວັນ, ເນື້ອທີ່ການຜະລິດ 5,000 ຕາແມັດ.ສາມາດຮອງຮັບໂຄງການພາຍໃນໄດ້ຫລາຍໂຄງການເປັນຕົ້ນ: ໂຄງການກ່ສ້າງເສັ້ນທາງ, ໂຄງການກ່ສ້າງຫ້ອງການທະນາຄານກາງ ພາກໃຕ້ ແລະ ໂຄງການຍ່ອຍອື່ນໆ ອີກຫລາຍໂຄງການ.

Please reload

ຕິດຕໍ່ເຮົາ

CSC Concrete Co., LTD 

450 Rd, Ban Dongphonhei, Hatsayfong district, Vientiane, Lao P.D.R
Tel (+856-20) 23411222, 
Email: bounlom@csgroup.la, bounlom.pmn@gmail.com

Success! Message received.

bottom of page