top of page

Social News

May 03, 2020

ບໍລິສັດຈະເລີນເຊກອງ ກຣຸບ ຈໍາກັດຜູ້ດຽວ ແລະ ບໍລິສັດ ຊີເອັສຊີ ຄອມເພລັກ ເຊັນເຕີ້ ຈຳກັດຜູ້ດຽວ ມອບເງິນ 250.000.000 ກີບ ຊ່ວຍແຂວງຈໍາປາສັກ ຕ້ານການລະບາດ ພະຍາດໂຄວິດ-19.​
ໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2020 ນີ້ ຢູ່ທີ່ຫ້ອງວ່າການແຂວງຈໍາປາສັກ ໃຫ້ກຽດເປັນປະທານມອບ-ຮັບໂດຍ ທ່ານ ປອ. ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ​ ເລຂາພັກແຂວງ​ ເຈົ້າແຂວງໆຈຳປາສັກ, ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆ ຈໍາປາສັກ ພ້ອມການນໍາຂອງແຂວງ ແລະ ຕ່າງໜ້າ ບໍລິສັດ ໂດຍ ທ່ານ ວິໄລພອນ ຣາຊຈັກ ຜູ້ອຳນວຍການໃຫຍ່ ບໍລິສັດ ຊີເອັສຊີ ຄອມເພລັກ ເຊັນເຕີ້ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະບໍລິຫານທັງສອງບໍລິສັດ ມອບເງິນ ຈໍານວນ 250.000.000 ກີບ ຊ່ວຍແຂວງຈໍາປາສັກ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນ, ຕ້ານການລະບາດຂອງພະຍາດ ໂຄວິດ-19, ໂອກາດນີ້ທ່ານ ປອ. ວິໄລວົງ ບຸດດາຄໍາ ກໍໄດ້ກ່າວສະແດງຄວາມຊົມເຊີຍຕໍ່ບໍລິສັດ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະນໍາໃຊ້ເງິນຈໍານວນທັງໝົດ ເຂົ້າໃນວຽກງານການຕ້ານພະຍາດ ໂຄວິດ-19 ໃຫ້ເກີດປະໂຫຍດສູງສຸດ.

Social News

September 04, 2019

ໃນມື້ວັນທີ 05 ກັນຍາ 2019, ທ່ານ ຈັນທະໜອມ ປະທານ ບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ ໄດ້ມອບເງິນຊ່ວຍເຫຼືອ ໄພພິວັດນ້ຳຖ້ວມ 4 ແຂວງ ພາກໃຕ້ ຈຳນວນເງິນ 2 ຕື້ກີບ, ມອບໃນນາມ ປະທານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ. ໃຫ້ກຽດຮັບໂດຍ ພະນະທ່ານ ທອງລຸນ ສີສຸລິດ ນາຍຍົກລັດຖະມົນຕີ ແຫຼ່ງ ສ.ປ.ປ ລາວ.

ແລະ ໃນວັນທີ 06-09 ກັນຍາ 2019, ບໍລິສັດ ຊີເອັສຊີ ຄອມເພລັກ ເຊັນເຕີ ຈຳກັດຜູ້ດຽວ ໄດ້ໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບໄພພິວັດນ້ຳຖ້ວມ 4 ແຂວງ ພາກໃຕ້ ໂດຍການມອບເຄື່ອງອຸປະໂພກ ບໍລິໂພກ ເຊັ່ນ: ອາຫານ, ນ້ຳດື່ມ. ຢາປົວພະຍາດ ແລະ ເຄື່ອງໃຊ້ທີ່ຈຳເປັນໃນຊີວິດປະຈຳວັນ ໃຫ້ຜູ້ປະສົບໄພພິວັດ 4 ແຂວງ ພາກໃຕ້ ຂອງ ສ.ປ.ປ ລາວ.

Economic News

August 17, 2018

ໃນຄັ້ງວັນທີ 18/08/2018 ບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ ແລະ ບັນດາທຸລະກິດເຄືອ ໄດ້ຈັດກອງປະຊຸມ ສະຫຼຸບຜົນການດຳເນີນງານ ປະຈຳ 6 ເດືອນຕົ້ນປີ ແລະ ວາງແຜນການດຳເນີນງານ ປະຈຳ 6 ເດືອນທ້າຍປີ 2018 ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ຈັນທະໜອມ ພົມມະນີ ປະທານ ບໍລິສັດ. ເນື້ອໃນຂອງການຈັດປະຊຸມໃນຄັ້ງນີ້ ແມ່ນປະເມີນຜົນການດຳເນີນງານຜ່ານມາ ລວມທັງລາຍງານຂໍ້ສະດວກ ແລະ ຂໍ້ຈຳກັດ ຂອງບັນດາທຸລະກິດທີ່ເຂົ້າຮ່ວມ ເພື່ອຫາແນວໃນການປັບປຸງ-ແກ້ໄຂ ແລະ ພັດທະນາໃຫ້ດີຂື້ນ, ພ້ອມດຽວກັນນັ້ນທ່ານ ປະທານ ຍັງໃຫ້ທິດຊີ້ນຳຕໍ່ຄະນະບໍລິຫານງານ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ນຳພາອົງກອນກ້າວເຂົ້າສູ່ລະບົບສາກົນ.

Social News

July 24, 2018

ເພື່ອ​ເປັນ​ການ​ຊ່ວຍເຫຼືອ​ໃຫ້ກັບ​ຜູ້​ທີ່​ຖືກ​ເຄາະ​ຮ້າຍ​ຈາກ​ໄພ​ພິບັດ​ທາງ​ທຳ​ມະ​ຊາດ (ນ້ຳ​ຖ້ວມ) ​ເມືອງ ສະໜາມໄຊ, ແຂວງ ອັດຕະປື ທ່ານ ຈັນທະໜອມ ພົມມະນີ ໃນນາມປະທານ ບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ, ບໍລິສັດ ຊີເອັສຊີ ຄອມເພລັກ ເຊັນເຕີ ຈຳກັດ ແລະ ບັນດາທຸລະກິດໃນເຄືອ. ໄດ້ຮ່ວມບໍລິຈາກເງິນຊ່ວຍເຫຼືອປະຊາຊົນ ຜູ້ທີ່ຖືກເຄາະຮ້າຍດັ່ງກ່າວ ຈຳນວນ 2,5 ຕື້ກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກເປັນຕົ້ນແມ່ນ ເຂົ້າສານ, ຜ້າຮົ່ມ, ຢາປົວພະຍາດ, ນ້ຳດື່ມ ພ້ອມດ້ວຍອາຫານ ແລະ ເຄື່ອງດີື່ມ ລວມມູນຄ່າ 211,664,000ກີບ ມອບໃຫ້​ຫ້ອງວ່າການປົກຄອງ ແຂວງ ອັດຕະປື ເພື່ອ​ນຳໄປ​ຊ່ວຍເຫຼືອ​ຕໍ່ໃຫ້​ກັບຜູ້​ປະສົບ​ໄພພິບັດ​ດັ່ງກ່າວ ໃນຄັ້ງວັນທີ 25 ກໍລະກົດ 2018.

Economic News

June 24, 2018

ຍິນດີຕ້ອນຮັບ

ໃນມື້ວັນທີ 24-25.06.2018 ທ່ານ ສົມພາວ ໄພສິດ ຜູ້ວ່າການ ທະນະຄານກາງແຫ່ງ ສ.ປ.ປ ລາວ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດລົງຢ້ຽມຢາມ ເຂື່ອນໄຟຟ້າເຊນ້ຳນ້ອຍ 1, ເຂື່ອນໄຟຟ້ານ້ຳກົງ 2, ເຂື່ອນໄຟຟ້ານ້ຳກົງ 3 ແລະ ເຂື່ອນໄຟຟ້ານ້ຳອີມູນ. ພ້ອມດຽວກັນນັ້ນ, ທ່ານ ສົມພາວ ໄພສິດ ພ້ອມດວ້ຍຄະນະ ຍັງໃຫ້ກຽດຢ້ຽມຢາມ ບໍລິສັດ ຊີເອັສຊີ ຄອມເພລັກ ເຊັນເຕີ, ຢ້ຽມຊົມ ໂຮງແຮມ ເຊັນທາຣາ ພລູມີເຣັຍ ຣີຊອດທ໌ ປາກເຊ ໃນມື້ວັນທີ 26.06.2018.

Economic News

June 06, 2018

ຍິນດີຕ້ອນຮັບ

ພະນະທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ອະດີດປະທານປະເທດແຫຼ່ງ ສ.ປ.ປ ລາວ ພ້ອມດ້ວຍຄະນະ ໂດຍການໃຫ້ກຽດລົງຢ້ຽມຢາມ ໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳກົງ 2 ແລະ ເຂື່ອນໄຟຟ້ານ້ຳກົງ 03 ໃນຄັ້ງວັນທີ 07  ມີຖຸນາ 2018.

Religion News

April 11, 2018

ປີໃໝ່ລາວ ພ.ສ 2561

ງານສະເຫຼີມສະຫຼອງປີໃໝ່ລາວ ພ.ສ 2561 ຂອງ ບໍລິສັດ ຈະເລີນເຊກອງ ກຣຸບ ຈໍາກັດຜູ້ດຽວ ແລະ ບັນດາທຸລະກິດໃນເຄືອ; ໃຫ້ກຽດເປັນປະທານງານໂດຍ ທ່ານ ຈັນທະໜອມ ພົມມະນີ ປະທານບໍລິສັດ ແລະ ຄະນະບໍລິຫານງານທຸກພາກສ່ວນເຂົ້າຮ່ວມ. ເຊິ່ງໃນງານໄດ້ມີການທຳພິທີບາສີສູ່ຂວັນ, ພິທີຫົດສົງທ່ານປະທານ ແລະ ຄະນະບໍລິຫານງານອາວຸໂສ ລວມທັງຈັດກິດຈະກຳ ກິລາເຕະບານຊາຍ, ກິລາເປຕັງຊາຍ-ຍິງ, ແຂ່ງຮ້ອງເພງ, ແລະ ຟ້ອນສີລະປະ ຢ່າງມ່ວນຊື່ນ ໃນຄັ້ງວັນທີ 11-12/04/2018.

Economic News

March 02, 2018

ງານເປີດໂຕ ບໍລິສັດ ຊີເອສຊີ ຄອມເພລັກ ເຊັນເຕີ ຈຳກັດຜູ້ດຽວ (ສາຂາປາກຊັນ) ເມືອງປາກຊັນ, ແຂວງ ບໍລິຄຳໄຊ. ເຊິ່ງໃຫ້ກຽດເປັນປະທານໃນງານໂດຍ ພະນະທ່ານຮອງນາຍົກລັດຖະມົນຕີ ທ່ານ ປອ. ສອນໄຊ ສີພັນດອນ, ທ່ານ ປອ. ວິໄລວົງ ບຸດດາຄຳ ປະທານກຳມາທິການ ແຜນການ, ການເງິນ ແລະ ການກວດສອບ, ທ່ານ ປອ. ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆ ບໍລິຄຳໄຊ ພ້ອມດ້ວຍທ່ານ ເຈົ້າເມືອງ 7 ຕົວເມືອງ ພາຍໃນແຂວງ ບໍລິຄຳໄຊ ແລະ ຄະນະບໍລິຫານງານ ບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ ກໍ່ໃຫ້ກຽດເຂົ້າຮ່ວມງານ ໃນຄັ້ງວັນທີ  03/03/2018 ເຊິ່ງໃນງານໄດ້ມີການມອບເງິນສະໜັບສະໜູນກອງທຶນ "ໜຶ່ງດວງໃຈ ບໍລິຄຳໄຊ ຊ່ວຍເຫຼືອສັງຄົມ" ຈຳນວນ 30,000,000ກີບ. 

Economic News

February 04, 2018

ພິທິເຊັນບົດບັນທຶກຄວາມເຂົ້າໃຈຮ່ວມມືໃນການພັດທະນາທຸລະກິດດ້ານພະລັງງານ ເຂື່ອນໄຟຟ້ານ້ຳກົງ 2, ເຂື່ອນໄຟຟ້ານ້ຳກົງ 3, ເຂື່ອນໄຟຟ້ານ້ຳອີມູນ ແລະ ເຂື່ອນໄຟຟ້ານ້ຳອ່າງ ລະຫວ່າງ ບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ຮ່ວມກັບ ບໍລິສັດ ຊອງດາ 5 ໃນຄັ້ງວັນທີ 05/02/2018 ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງພະນະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ແລະ ພະນະ ທ່ານ    ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ.

Happy New Year 2018

December 30, 2017

ງານລ້ຽງປີໃໝ່ປະຈຳປີ 2017

ງານລ້ຽງປີໃໝ່ປະຈຳປີ 2017 ທາງບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ ໄດ້ຈັດກິດຈະກຳງານລ້ຽງສ້າງສັນ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ປະຈຳປີ 2017 ໃຫ້ແກ່ພະນັກງານ ໃນວັນອາທິດທີ 31/12/2017 ເຊີ່ງພາຍໃນງານໄດ້ມີການຈັດກິດຈະກຳ  ປະກວດຮ້ອງເພງ, ການຈັບສະຫຼາກລຸ້ນຂອງລາງວັນທີ່ຫຼາກຫຼາຍ ໂດຍ ມີທ່ານ ປະທານ ຈັນທະໜອມ ພົມມະນີ ປະທານບໍລິສັດ ເປັນຜູ້ກ່າວເປີດງານ ພ້ອມອວຍພອນໃຫ້ພະນັກງງານທຸກທ່ານ.

Economic News

December 30, 2017

ປະຊຸມໃຫຍ່ສະຫຼຸບຜົນການເຄື່່ອນໄຫວທຸລະກິດ

ວັນອາທິດທີ 31 ທັນວາ 2017 ນີ້ ທາງບໍລິສັດຈະເລີນເຊກອງ ກຣຸບຈຳກັດຜູ້ດຽວ ແລະ ບັນດາທຸລະກິດໃນເຄືອ ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວທຸລະກິດ ປະຈຳປີ 2017 ແລະ ວາງແຜນການດຳເນີນທຸລະກິດ ປະຈຳປີ 2018

Religion News

December 13, 2017

ພິທີຕັ້ງສານພະພູມ ທີ່ເຂື່ອນໄຟຟ້າ ນ້ຳກົງ 3

ໃນວັນທີ 14 ທັນວາ 2017 ຖືເປັນວັນທີ່ເລີກງາມຍາມດີ ທ່ານປະທານ ຈັນທະໜອນ ພົມມະນີ

ພ້ອມດ້ວຍຄະນະບໍລິຫານງານ ບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ ໄດ້ນິມົນພະສົງຈຳນວນ 50

ເພື່ອມາເຮັດພິທີທາງສາສະໜາ, ຕັ້ງສານພະພູມ ເພື່ອເປັນສິລິມົງຄົນ ແລະ ເປັນທີ່ຍຶດໜ່ຽວຈິດໃຈ ໃຫ້ກັບ

ພະນັກງານທຸກທ່ານ

Economic News

October 20, 2017

ທ່ານ ໄຊປະເສີດ ພົມສຸພາ ຫົວໜ້າກົມທຸລະກິດພະລັງງານ ພ້ອມຄະນະ ລົງຢ້ຽມຢາງໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳກົງ 2 ຄັ້ງ ວັນທີ 21 ຕຸລາ 2017

Economic News

September 21, 2017

ບໍລິສັດ ຈະເລີນ ເຊກອງ ກຣຸບ ຈຳກັດຜູ້ດຽວ ໄດ້ລົງນາມບັນທຶກຄວາມເຂົ້າໃຈ ກ່ຽວກັບກ່ຽວກັບໂຄງການກໍ່ສ້າງ ເຂື່ອນໄຟຟ້າ ນ້ຳງື່ມ 3 ກັບ ບໍລິສັດ EGAT international

Economic News

August 14, 2017

ບໍລິສັດ ຈະເລີນ ເຊກອງ ພະລັງງານ ຈຳກັດ ລົງນາມເຊັນສັນຍາຮັບເໝົາກໍ່ສ້າງໂຄງການເຂືື່ອນໄຟຟ້ານ້ຳກົງ 3 ກັບ ບໍລິສັດ CHINA GEZHOUBA GROUP CO., LTD ຄັ້ງວັນທີ 15 ສິງຫາ 2017 ໂດຍການເປັນປະທານ ຂອງ ທ່ານ ຈັນທະໜອມ ພົມມະນີ ປະທານ ບໍລິສັດ ຈະເລີນ ເຊກອງ ກຣຸບ ຈຳກັດຜູ້ດຽວ ແລະ ທ່ານ ລິດສະໝີ ລາດຊະວົງ ອຳນວຍການ ຝ່າຍ ການເງິນ ບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ພ້ອມດ້ວຍແຂກທີ່ ຖືກເຊີນ ຈາກພາຍໃນ ແລະ ຕ່າງປະເທດ.

Economic News

July 22, 2017

ທ່ານ ດຣ ສຸພັນ ແກ້ວມີໄລ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳກົງ 2, 3 ເມືອງ ສາມັກຄີໄຊ ແຂວງ ອັດຕະປື ຄັ້ງວັນທີ 23 ເດືອນ 7 ປີ 2017

Economic News

ພິທີລົງນາມເສັນສັນຍາບັນທຶກຄວາມເຂົ້າໃຈ ການສຶກສາຄວາມໄປໄດ້ ໃນການລົງທຶນ ສ້າງເຂື່ອນໄຟຟ້າ ນ້ຳງື່ມ 3, ເຂື່ອນໄຟຟ້າ ນ້ຳຈຽນ ແລະ ເຂື່ອນໄຟຟ້າ ນ້ຳຄານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL) ແລະ ບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ.  ຄັ້ງວັນທີ 17 ເດືອນ 07 ປີ 2017 ທີ່ໂຮງແຮມ ລາວພລາຊ່າ ນະຄອນຫຼວງວຽງຈັນ.

Economic News

July 03, 2017

ພິທີລົງນາມເສັນສັນຍາບັນທຶກສຶກສາຄວາມໄປໄປໄດ້ ໃນການໂອນສິດສຳປະທານ ໂຄງການເຂື່ອນໄຟຟ້າ ນ້ຳກົງ 2 ແລະ ເຊັນສັນຍາຊື້-ຂາຍ ໝໍ້ແປງໄຟຟ້າ ສຳລັບໂຄງການ ເຂື່ອນໄຟຟ້າ ນ້ຳກົງ 3, ນຳ້ອີມູນ ແລະ ນ້ຳອ່າງ ລະຫວ່າງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ແລະ ບໍລິສັດ QTC Energy PCL

ຄັ້ງວັນທີ 27 ເດືອນ 06 ປີ 2017 ນະຄອນຫຼວງວຽງຈັນ.

Economic News

April 03, 2017

ທ່ານ ຈັນທະໜອມ ພົມມະນີ ປະທານບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ ພ້ອມຄະນະ ເຂົ້າຮ່ວມພິທີລລົງນາມ ເຊັນສັນຍາບໍລິຫານໂຮງແຮມ ເຊັນທາຣາ ພລູມີເຣຍ ຣິສອດ ປາກເຊ ລະຫວ່າງ ບໍລິສັດ ໂອຣຽນໂທ ຈຳປາ ພັດທະນາພູສ່າເຫຼົ້າ ຈຳກັດຜູ້ດຽວ ແລະ Centara International Managment Co.,LTD

ຄັ້ງວັນທີ 31 ເດືອນ 03 ປີ 2017 ແຂວງ ຈຳປາສັກ.

Dam News

February 15, 2017

ຂ່າວກ່ຽວກັບເຂື່ອນ, ການລົງຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳກົງ 2 ແລະ ເຂື່ອນໄຟຟ້າ ນ້ຳກົງ 3 ທີ່ກຳລັງດຳເນີນການກໍ່ສ້າງຢ່າງຕໍ່ເນື່ອງ ທີ່ເມືອງພູວົງ ແຂວງ ອັດຕະປື ຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ສປປ ລາວ

Please reload

bottom of page