top of page

ກ່ຽວກັບເຮົາ

The Chaleun Sekong Group Co., Ltd.

CS Group Co., LTD (Chaleun Sekong Group Limited), ສ້າງຕັ້ງຂຶ້ນ ແລະ ຈົດທະບຽນຄັ້ງທຳອິດ ໃນປີ 2009 ໃນຊື່ ຂອງ ບໍລິສັດ ຈະເລີນເຊກອງ ກໍ່ສ້າງ ຈໍາກັດ ຢູ່ແຂວງເຊກອງ. ໂດຍທຶນຈົດທະບຽນ ທັງໝົດ 2,000 ລ້ານກີບ ປະຈຸບັນໄດ້ປ່ຽນຊື່ ເປັນ ບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ ແລະ ໄດ້ເພີ່ມທຶນຈົດທະບຽນ ເປັນ 5,000 ລ້ານກີບ

ປະຈຸບັນ ບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ ໄດ້ເຂົ້າເປັນບໍລິສັດຜູ້ຖືຫຸ້ນ ແລະ ລົງທຶນໃນກຸ່ມ ທຸລະກິດການກໍ່ສ້າງໂຄງລ່າງ, ພະລັງງານ, ບໍລິການ ແລະ ການຄ້າ

ບໍລິສັດໄດ້ລົງທຶນ ໃນການຜະລິດກະແສໄຟຟ້າພະລັງນ້ຳ ເຊິ່ງເປັນເຈົ້າຂອງ ເຂື່ອນໄຟຟ້າ 3 ແຫ່ງ ລວມກຳລັງການຜະລິດ 130 ເມກາວັດ ແລະ ອີກ 2 ໂຄງການທີ່ມີກຳລັງການຜະລິດ 200 ເມກາວັດ ຢູ່ໃນລະຫວ່າງການກໍ່ສ້າງ, ການວາງແຜນ ແລະ ປະເມີນດ້ານເຕັກນິກ

ນອກຈາກນີ້ບໍລິສັດຍັງໄດ້ລົງທຶນ ໃນການສ້າງສູນການຄ້າ ຂອງກຸ່ມວັດສະດຸກໍ່ສ້າງ ເຊິ່ງ ໄດ້ແກ່ CSC complex center ເຊິ່ງເປັນສູນການຄ້າທີ່ໃຫຍ່ທີ່ສຸດແຫ່ງທຳອິດໃນ ພາກໃຕ້ຂອງປະເທດລາວ ແລະ ກຳລັງດຳເນີນການກໍ່ສ້າງ ສາຂາ ໃໝ່ 2 ແຫ່ງ ຢູ່ໃນ ຄອນຫຼວງວຽງຈັນ ແລະ ແຂວງ ບໍລິຄຳໄຊ

ປະຫວັດຄວາມເປັນມາ

2009:   ບໍລິສັດ ຈະເລີນເຊກອງ ກໍ່ສ້າງ ຈຳກັດ ໃດ້ສ້າງຕັ້ງຂື້ນ ທີ່ແຂວງ ເຊກອງ ພ້ອມທຶນຈົດທະບຽນ 2.000 ລ້ານກີບ (ສອງພັນລ້ານກີບ) ແລະ ດຳເນີນທຸລະກິດ ຮັບເໝົາກໍ່ສ້າງ, ເຄຫາສະຖານ ແລະ               ຖະໜົນ ໃຫ້ພາກລັດຖະບານ ແລະ ພາກເອກະຊົນ.
2011:  ບໍລິສັດ ຈະເລີນເຊກອງ ກໍ່ສ້າງ ຈຳກັດ ໄດ້ເລີ່ມຂະຫຍາຍທຸລະກິດຫຼັກຂອງຕົນເພີ່ມເຕີມ ໃສ່ຂະແໜງການບໍລິການ ເຊິ່ງກວມເອົາການກໍ່ສ້າງທີ່ພັກອາໃສ, ຊົນລະປະທານ ແລະ ໂຄງການອື່ນໆ

          ທີ່ກ່ຽວຂ້ອງ.
2013:  ເນື່ອງຈາກການເຕີບໂຕ ແລະ ເພື່ອຮອງຮັບ ການຂະຫຍາຍແຜນທຸລະກິດບໍລິສັດ,ຈຶ່ງໃດ້ສ້າງຕັ້ງ ແລະ ຈົດທະບຽນເປັນ ບໍລິສັດ ຈະເລີນ ເຊກອງ ກລຸບ ຈຳກັດຜູ້ດຽວ, ພ້ອມດຽວກັນນັ້ນກໍໄດ້

          ເພີ່ມທຶນຈົດທະບຽນ ຈາກ 2,000 ລ້ານກີບ ມາເປັນ 5,000 ພັນລ້ານ ກີບ,​ ປະຈຸບັນບໍລິສັດໄດ້ຮັບເໝົາໂຄງການກໍ່ສ້າງ 16 ໂຄງການທີ່ມີມູນຄ່າສູງ ຢູໃນ ສາມແຂວງ: ແຂວງ ຈຳປາສັກ,

          ແຂວງ ສາລະວັນ ແລະ ແຂວງເຊກອງ ເຊິ່ງມີມູນຄ່າການລົງທືນທັງໝົດ 1.876,6 ລ້ານລ້ານກີບ.
2014:  ກຸ່ມບໍລິສັດຍັງໄດ້ກະຈາຍການລົງທຶນໃນຂະແໜງການອື່ນໆ ເຊັ່ນ: ໂຮງງານ ຜະລິດຊາຍ 2 ແຫ່ງ, ໂຮງງານ ຜະຫລິດ ຄອນກຣີດສຳເລັດຮູບ      2 ແຫ່ງ, ໂຮງງານ ຂົບຫີນ 2 ແຫ່ງ,

          ຟາມລ້ຽງໝູ 1 ແຫ່ງ ແລະ ປໍ້ານໍ້າມັນ 1 ແຫ່ງ.
2015:  ບໍລິສັດ ໄດ້ລົງທຶນໃສ່ ຫ້າງສັບພະສິນຄ້າສະໄໝໃຫມ່, ສູນການຄ້າ ຊີ ເອັດ ຊີ ເຊີ່ງຂາຍສິນຄ້າແບບຄົບວົງຈອນ ແລະ ວັດສະດຸກໍ່ສ້າງທີ່ຫຼາກຫລາຍ ຊື່ງມີສິນຄ້າຫຼາຍກວ່າ 100,000 ລາຍການ

          ແລະ ເປັນສູນການຄ້າຂາຍວັດສະດຸກໍ່ສ້າງທີ່ໃຫຍ່ທີ່ສຸດໃນ ເຂດພາກໃຕ້ຂອງລາວ.
2016:  
ບໍລິສັດ ໄດ້ເລີ່ມລົງທຶນ ໃນການກໍ່ສ້າງສູນການຄ້າ ຊີ ເອັດ ຊີ ແຫ່ງໃຫມ່ ທີ່ ນະຄອນຫລວງວຽງຈັນ ແລະ ແຂວງ ບໍລິຄຳໄຊ.

          ບໍລິສັດ ຈະເລີນເຊກອງ ກລຸບຈຳກັດ ຜູ້ດຽວ ເປັນ ບໍລິສັດໜຶ່ງ ທີ່ມີຄວາມເຂັ້ມແຂງ ແລະ ເປັນຜູ້ນຳຫລື ຈັດຢູ່ໃນແຖວໜ້າ ທຸລະກິດດ້ານການກໍ່ສ້າງ, ການບໍລິການທີ່ມີຄວາມເປັນເລີດ, ມີປະສົບການດ້ານການບໍລິຫານໂຄງການຫລາຍກວ່າສິບປີ ແລະມີເຄື່ອງມື, ອຸປະກອນ, ກົນຈັກ ແລະ ພະຫານະທີ່ຄົບວົງຈອນ, ແຕ່ກ່ອນເປັນພຽງບໍລິສັດຜູ້ຮັບເໝົາ ແລະ ໄດ້ມີວິໄສທັດຈາກຜູ້ຮັບເໝົາມາເປັນຜູ້ລົງທຶນຂະໜາດໃຫ່ຍ , ສຸ່ມໃສ່ເປົ້າໝາຍທີ່ສໍາຄັນຕາມນະໂບບາຍຂອງລັດຖະບານ ທີ່ວ່າ: ຈະພັດທະນາ ປະເທດຊາດກາຍເປັນ “ແບດເຕີລີແຫ່ງພູມມີພາກ” ກ່ຄືໄຟຟ້າ:  ພະລັງງານນໍ້າ, ລົມ, ກັງຫັນ, ແສງອາທິດ. ປະຈຸບັນ ບໍລິສັດ ຈະເລີນເຊກອງ ກລຸບ ຈໍາກັດຜູ້ດຽວ ມີເຂື່ອນພະລັງງານໄຟຟ້ານໍ້າຕົກທີ່ຜະລິດກະແສໄຟຟ້າ ໄດ້ແລ້ວສີ່ແຫ່ງ, ມີກຳລັງການຜະລິດ ລວມທັງໝົດ 110 ເມກາວັດ,  ນອກຈາກນີ້ໃນປີ 2017ບໍລິສັດຍັງຈະໄດ້ສ້າງເພີ່ມອີກ ຈໍານວນ 300 ເມກາວັດ,  ເຖີງປີ 2020 ບໍລິສັດພວກເຮົາຍັງມີເປ້າໝາຍ ພັດທະນາດ້ານທຸລະກິດພະລັງງານເພີ້ມໃຫ້ໄດ້ປະມານ 350 ເມກາວັດ, ລວມເປັນ 720 ເມກາວັດໃນອານາຄົດ.

           ພັດທະນາອົງກອນ ກ້າວສູ່ມາດຕະຖານສາກົນ, ບໍລິຫານການລົງທືນເພື່ອເຊື່ອມຍົງເຂົ້າກັບສາກົນ ຕາມນະໂຍບາຍຂອງລັດຖະບານ, ໃນອະນາຄົດພ້ອມດຽວກັນ ຈະສ້າງເງື່ອນໃຂໃຫ້ບໍລິສັດກ້າວສູ່ຕະຫລາດທືນໃນລະດັບພາກພື້ນ.

bottom of page