top of page

ຊີເອສຊ ຄອນກຣີດ ປາກເຊ

ກ່ຽວກັບເຮົາ

ບໍລິສັດ ຊີເອັສຊີ ຄອນກຣີດ ຈໍາກັດ ເປັນບໍລິສັດໜື່ງໃນເຄືອຂອງບໍລິສັດຈະເລີນເຊກອງກລຸບ ຈໍາກັດຜູ້ດຽວ, ສ້າງຂື້ນໃນປີ 2014, ເພື່ອຜະລິດປູນຄອນກຣີດສໍາເລັດຮູບທຸກປະເພດ, ສະໜອງໃຫ້ແກ່ໂຄງການຮັບເໝົາ ກ່ສ້າງຂອງບໍລິສັດ ແລະ ຈໍາໜ່າຍທົ່ວໄປໃຫ້ ລູກຄ້າ, ຊື່ງທາງບໍລິສັດໄດ້ລົງທືນສຸງໃນການຕິດຕັ້ງໂຮງງານທີ່ທັນສະໄໝ, ໄດ້ນໍາໃຊ້ລະບົບເທກໂນໂລຢີທີ່ມີປະສິດ ທິພາບສຸງ ມາຄວບຄູມລະບົບການຜະລິດຄອນກລິດ ສໍາເລັດຮູບທຸກປະເພດ. 
ໃນລະບົບການຜະລິດປະກອບດວ້ຍ ການອອກແບບດ້ວຍຄອມພິວເຕີຂັ້ນສູງ, ທີ່ມີປະສິດທິພາບ ເພື່ອສ້າງລະບົບການຜະລິດໃຫ້ໄດ້ມາດຕະຖານຖືກຕ້ອງ, ດວ້ຍຄຸນນະພາບດັ່ງກ່າວ ຈິງເປັນທີ່ຍອມຮັບຈາກລຸກຄ້າ ແລະ ໄດ້ນໍາໃຊ້ໃຫ້ໂຄງການໃຫ່ຍໆ ຂອງບໍລິສັດ ສໍາເລັດຫລາຍໂຄງການ.
ບໍລິສັດ ຊີເອັສຊີຄອນກຣີດ ຈໍາກັດຜູ້ດຽວ ແຫ່ງທີ່ສອງນີ້  ຫລືຊື່ ເກົ່າ ເປັນໂຮງງານປະສົມຄອນກຣີດສໍາເລັດຮູບ ຈະເລີນເຊກອງ ຈໍາກັດຜູ້ດຽວ, ຕັ້ງຢູ່ບ້ານ ລົ່ມສັກ, ເມືອງບາຈຽງ, ແຂວງຈໍາປາສັກ, ປະກອບດວ້ຍໂຮງງານປະສົມຄອນກລິດ ຈໍານວນ 1ແຜ້ນ  ດວ້ຍກໍາລັງການຜະລິດ 500ແມັດກ້ອນ/ວັນ, ເນື້ອທີ່ການຜະລິດ 5,000 ຕາແມັດ.ສາມາດຮອງຮັບໂຄງການພາຍໃນໄດ້ຫລາຍໂຄງການເປັນຕົ້ນ: ໂຄງການກ່ສ້າງເສັ້ນທາງ, ໂຄງການກ່ສ້າງຫ້ອງການທະນາຄານກາງ ພາກໃຕ້ ແລະ ໂຄງການຍ່ອຍອື່ນໆ ອີກຫລາຍໂຄງການ. 

ວິໄສທັດ

ສ້າງບໍລິສັດໃຫ້ເປັນຜູ້ນໍາດ້ານ ທຸລະກິດ ປູນປະສົມຄອນກີລດຄົບວົງຈອນ ທັງພາຍໃນ ແລະທົ່ວປະເທດ

ພາລະກິດ

ດຳເນີນກິດຈະກິດ ສະໜອງປູນປະສົມຄອນກລິດທີ່ມີຄູນນະພາບ ແລະໄດ້ມາດຕະຖານ
ສ້າງລະບົບ ແລະ ເຄື່ອງມືໃນການຜະລິດ ທີ່ທັນສະໄໝ 
ພັດທະນາ ລະບົບການບໍລິການແກ່ລຸກຄ້າໃຫ້ວ່ອງໄວ, ທັນເວລາ ແລະລາຄາເປັນທໍາ

ຕິດຕໍ່ເຮົາ

ຊີເອສຊ ຄອນກຣີດ ປາກເຊ

ເສັ້ນທາງເລກທີ່ 13 ໃຕ້, ບ້ານລົ່ມສັກເໜືອ, ເມືອງ ບາຈຽງ, ແຂວງຈຳປາສັກ.
Tel (+856-31) 215 678-9 , (+856-20) 9866 4444
Email: Chaleunconcrete@csgroup.la,              Chaleunconcrete@gmail.com

Success! Message received.

bottom of page