
NEWS
>
>
ມອບເງິນ 2.5 ຕື້ກີບ, ເຂົ້າ 30 ໂຕນ ແລະ ເຄື່ອງໃຊ້ຈໍາເປັນ ຊ່ວຍອັດຕະປື

ມອບເງິນ 2.5 ຕື້ກີບ, ເຂົ້າ 30 ໂຕນ ແລະ ເຄື່ອງໃຊ້ຈໍາເປັນ ຊ່ວຍອັດຕະປື



25 ກໍລະກົດ 2018
ເພື່ອເປັນການຊ່ວຍເຫຼືອໃຫ້ກັບຜູ້ທີ່ຖືກເຄາະຮ້າຍຈາກໄພພິບັດທາງທຳມະຊາດ (ນ້ຳຖ້ວມ) ເມືອງ ສະໜາມໄຊ, ແຂວງ ອັດຕະປື ທ່ານ ຈັນທະໜອມ ພົມມະນີ ໃນນາມປະທານ ບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ, ບໍລິສັດ ຊີເອັສຊີ ຄອມເພລັກ ເຊັນເຕີ ຈຳກັດ ແລະ ບັນດາທຸລະກິດໃນເຄືອ. ໄດ້ຮ່ວມບໍລິຈາກເງິນຊ່ວຍເຫຼືອປະຊາຊົນ ຜູ້ທີ່ຖືກເຄາະຮ້າຍດັ່ງກ່າວ ຈຳນວນ 2,5 ຕື້ກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກເປັນຕົ້ນແມ່ນ ເຂົ້າສານ, ຜ້າຮົ່ມ, ຢາປົວພະຍາດ, ນ້ຳດື່ມ ພ້ອມດ້ວຍອາຫານ ແລະ ເຄື່ອງດີື່ມ ລວມມູນຄ່າ 211,664,000ກີບ ມອບໃຫ້ຫ້ອງວ່າການປົກຄອງ ແຂວງ ອັດຕະປື ເພື່ອນຳໄປຊ່ວຍເຫຼືອຕໍ່ໃຫ້ກັບຜູ້ປະສົບໄພພິບັດດັ່ງກ່າວ ໃນຄັ້ງວັນທີ 25 ກໍລະກົດ 2018.


Gallery
CONTACT US
South Road No.13 , Lomsaknue Village, Bachieng District,
Champasak Povince, LAO P.D.R
TO CONTRACT WITH AN OFFICE,
PLEASE CALL OR EMAIL US: